ທ່ານເຄີຍຄິດບໍ່ວ່າ ການໃຊ້ເງິນພຽງເຫຼັກໜ້ອຍຈໍານວນໜຶ່ງເພື່ອປ້ອງກັນແລະຮັກສາສຸຂະພາບໃຫ້ຢູ່ດີແຂງແຮງໂດຍບໍ່ມີໂລຄາພະຍາດ..
ທີ່ບາງຄົນຄິດວ່າມັນແພງ...!!, ແຕ່ຖ້າຫາກວ່າເຮົາຕ້ອງໃຊ້ເງິນເພື່ອປິ່ນປົວເມື່ອເຈັບເປັນເຫັນພະຍາດແລ້ວຄິດວ່າຕ້ອງໃຊ້ເງິນໃຊ້ຄໍາທໍ່ໃດ ? __
ແນ່ນອນ ຄົງຄໍານວນບໍ່ໄດ້.......... ເກີນຮ້ອຍເປີເຊັນວ່າຕ້ອງໃຊ້ເງິນຫຼາຍກວ່ານັ້ນ, ແຕ່ສິ່ງທີ່ເກີນກວ່ານັ້ນຄື ຫາກໃຊ້ເງິນຫຼາຍແລ້ວ ກໍບໍ່ຮູ້ວ່າ
ຈະຮັກສາໃຫ້ດີແທ້ຫາຍຂາດຫຼືບໍ່...? ແລະຈະຕ້ອງທົນທຸກທໍລະມານປານໃດ? ຕ້ອງເສັຽເງິນຫຼາຍປານໃດ? .....
ໜ້ອຍຄົນທີ່ໃຊ້ເງິນຫຼາຍແລ້ວກໍຫາຍດີແຕ່ສ່ວນຫຼວງຫຼາຍໝົດເງິນໝົດຄໍາທໍ່ໃດກໍບໍ່ຫາຍຈັກເທື່ອ...ຊໍ້າຮ້າຍບາງຄົນຮັກສາກັນຈົນໝົດເງິນ
ໝົດຄໍາສູນສິ້ນໝົດຊັບສິນ ແລ້ວກໍມາສິ້ນຊີວິດ ໝົດເງິນໝົດຄໍາໄປກໍໄຮ້ປະໂຫຍດ...ເຫຼືອພຽງຄວາມທຸກ ແລະພາລະໜັກແກ່ຜູ່ຢູ່ເບື້ອງຫຼັງ...
ເພິ່ນຈຶ່ງວ່າ :
“ ເງິນຄໍາມີຄວາມໝາຍສໍາຄັນຕໍ່ຊີວິດນັ້ນ ມັນກໍຈິງຢູ່....ແຕ່ຖ້າຫາກປາສຈາກຊີວິດເສຽແລ້ວ ເງິນຄໍານັ້ນ ກໍບໍ່ມີຄວາມໝາຍ’’

No comments:
Post a Comment